ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຸ່ມ​ໂອ​ເປັກ ເຫັນ​ດີ​ຮັກສາ​ເປົ້າ​ໝາຍ​ ປະລິມານ​ນ້ຳມັນ​ຄົງ​ທີ່​
ໃນ​ເດືອນ​ທັນວາ 2026

​

     ວັນ​ທີ 1 ພະຈິກ 2026 ນີ້, ບັນດາ​ປະເທດ​ຜະລິດ​ນ້ຳມັນ​ຂຶ້ນ​ກັບ ສະຫະພັນ​ບັນດາ​ປະເທດ​ສົ່ງ​ອອກ​ນ້ຳມັນ ໂອ​ເປັກ (OPEC) ແລະ
ບັນດາ​ພັນທະ​ມິດ ຫຼື ໂອ​ເປັກ​ບວກ (OPEC+) ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຮັກສາ​ເປົ້າ​ໝາຍ​ປະລິມານ​ນ້ຳມັນ​ຄົງ​ທີ່​ໃນ​ເດືອນ​ທັນວາ 2026.
ການ​ຕັດສິນ​ໃຈ​ນີ້ ເໝາະ​ສົມ​ກັບ​ການ​ຄາດ​ຄະເນ​ວ່າ ສະຫະພັນ​ນີ້​ຈະ​ສືບຕໍ່​ໄດ້​ຮັບ​ການ​ປັບປຸງ​ນະໂຍບາຍ​ປະລິມານ​ຈົນ​ຮອດ​ປີໜ້າ. ປັດຈຸບັນ
OPEC + ຍັງ​ຮັກສາ​ບ້ວງ​ການ​ຫຼຸດ​ປະລິມານ​ລົງ, ດ້ວຍ​ຂອບ​ຂະໜາດ​ປະມານ 2 ລ້ານ​ຖັງ​ຕໍ່​ວັນ, ໝູນ​ໃຊ້​ສ່ວນ​ຫຼາຍ​ໃຫ້​ແກ່​ບັນດາ​ປະເທດ
​ສະມາຊິກ ຈົນ​ຮອດທ້າຍປີ 2026. ຕາມ​ບັນດາ​ແຫຼ່ງ​ຂ່າວ​ແລ້ວ, OPEC+ ຄວນ​ປະຕິບັດ​ສຳເລັດ​ການ​ສຳ​ຫຼວດ​ຄວາມ​ສາມາດ​ໃນ​ການ​ຜະ
ລິດ ຂອງ​ບັນດາ​ສະມາຊິກ​ໃນ​ໄຕ​ມາດ 4 / 2026 ກ່ອນ​ທີ່​ຈະ​ກຳນົດ​ລະດັບ​ປະລິມານ​ພື້ນຖານ​ໃຫ້​ແກ່​ປີ 2027. ນີ້​ຈະ​ແມ່ນ​ບ່ອນ​ອີງ ເພື່ອ
​ຈັດ​ແບ່ງ​ ລະດັບ​ໂຄ​ຕ້າ​ການ​ຜະລິດ​ໃນ​ອະນາຄົດ, ພ້ອມ​ທັງ​ກຳນົດ​ສ້າງ​ແຜນການ​ເທື່ອ​ລະ​ກ້າວ ເພື່ອ​ລົບ​ລ້າງ​ບັນດາ​ມາດ​ຕະການ​ຫຼຸດ​ປະລິມານ
​ ທີ່​ຍັງ​ເຫຼືອ​ລົງ.

ແຫຼ່ງທີ່ມາ: ຂກທ
ວັນທີ 06/11/2026