
ກອງປະຊຸມ ຄັ້ງທີ 25 ຂອງສະພາມົນຕີປະມຸກລັດ ປະເທດສະມາຊິກ ອົງການຮ່ວມມືຊຽງໄຮ

ວັນທີ 1 ກັນຍາ 2025 ກອງປະຊຸມຄັ້ງທີ 25 ຂອງສະພາມົນຕີປະມຸກລັດປະເທດສະມາຊິກອົງການຮ່ວມມື ຊຽງໄຮ ໄດ້ໄຂຂຶ້ນຢູ່
ສູນປະຊຸມ ແລະ ວາງສະແດງເໝີຍຈ່ຽງ ກຳແພງນະຄອນ ທຽນສິນຈີນ, ໂດຍມີ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ເປັນປະທານກອງ
ປະຊຸມ ແລະ ກ່າວຄຳປາໄສສຳຄັນວ່າ: ປັດຈຸບັນ, ອົງ ການຮ່ວມມືຊຽງໄຮ ໄດ້ກາຍເປັນອົງການລະດັບພາກ ພື້ນໃຫຍ່ທີ່ສຸດໃນໂລກທີ່ມີ
26 ປະເທດເຂົ້າຮ່ວມ, ໄດ້ດຳເນີນການຮ່ວມມື ໃນ 50 ກວ່າຂົງເຂດ ແລະ ມີຍອດມູນຄ່າເສດຖະກິດບັນລຸເກືອບ 30.000 ຕື້ໂດລາ
ສະຫະລັດ, ບົດບາດອິດທິພົນໃນເວທີສາກົນ ຂອງອົງການຮ່ວມມື ຊຽງໄຮ ນັບມື້ເພີ່ມຂຶ້ນ ແລະ ໄດ້ນຳໜ້າກ່ອນໝູ່ ສ້າງກົນໄກຄວາມ
ໄວ້ເນື້ອເຊື່ອໃຈໃນຂົງເຂດ ການທະຫານ ຢູ່ເຂດຊາຍແດນ, ນຳໜ້າກ່ອນໝູ່ດຳເນີນການຮ່ວມມື ເພື່ອຮ່ວມກັນສ້າງ “ ໜຶ່ງແລວ ໜຶ່ງເສັ້ນ
ທາງ ”; ນຳໜ້າກ່ອນໝູ່ ລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ, ພ້ອມທັງໄດ້ນຳໜ້າກ່ອນ
ໝູ່ສະເໜີແນວຄິດການບໍລິຫານໂລກ ແບບປຶກສາຫາລືຮ່ວມກັນ, ສ້າງສາຮ່ວມກັນ ແລະ ແບ່ງປັນຮ່ວມກັນ, ເພື່ອປະຕິບັດລັດທິຫຼາຍ
ຝ່າຍ ຢ່າງແທ້ຈິງ.
ນອກນີ້ ຍັງສົ່ງເສີມການຊຸກຍູ້ໂລກຫັນເປັນຫຼາຍຂົ້ວ ທີ່ສະເໝີພາບກັນ ແລະ ເປັນລະບຽບ, ຊຸກຍູ້ເສດຖະກິດ ໂລກາພິວັດທີ່ໃຫ້ຜົນ
ປະໂຫຍດຢ່າງທົ່ວເຖິງ ແລະ ກວມລວມ, ຊຸກຍູ້ການສ້າງລະບົບ ບໍລິຫານໂລກ ທີ່ຍຸຕິທຳ ແລະ ສົມເຫດສົມຜົນກວ່າເກົ່າ. ພ້ອມທັງ ສືບ
ຕໍ່ຊຸກຍູ້ການປະຕິຮູບອົງການຮ່ວມມື ຊຽງໄຮ, ສ້າງທະນາຄານພັດທະນາອົງການຮ່ວມມື ຊຽງໄຮ ໃຫ້ສຳເລັດໂດຍໄວ, ເພື່ອໃຫ້ການສະ
ໜັບສະໜູນ ທີ່ເຂັ້ມແຂງ ກວ່າເກົ່າແກ່ຄວາມໝັ້ນຄົງ ແລະ ການຮ່ວມມືດ້ານ ເສດຖະກິດຂອງປະເທດສະມາຊິກ.
ແຫຼ່ງທີ່ມາ: ຂກທ
ວັນທີ 04/09/2025