ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ເຫີ​ລີ້​ເຟີ່ງ ເຂົ້າ​ຮ່ວມ​ພິທີ​ເປີດ​ງານ​ວັນ​ຕົວ​ເມືອງ​ໂລກ​ປີ 2026

​
ທ່ານ ເຫີ​ລີ້​ເຟີ່ງ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຮອງ​ນາຍົກລັດຖະມົນຕີ​ຈີນ

     ວັນ​ທີ 31 ຕຸລາ ຜ່ານ​ມາ​ນີ້, ກິດຈະກຳ​ຫຼັກ​ລະດັບ​ໂລກ ສຳລັບ​ວັນ​ຕົວ​ເມືອງ​ໂລກ​ປີ 2026 ທັງ​ເປັນ​ກິດຈະກຳ​ການ​ມອບ​ລາງວັນ​ຕົວ​ເມືອງ​ທີ່​ມີ​
ການ​ພັດທະນາ​ແບບ​ຍືນ​ຍົງ ທົ່ວ​ໂລກ ຄັ້ງ​ທີ 4 (ລາງວັນ​ຊຽງ​ໄຮ້) ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ຟູ​ໂຈ່ວ ແຂວງ ຟູ​ຈ້ຽນ​ຂອງ​ຈີນ. ທ່ານ ເຫີ​ລີ້​ເຟີ່ງ ກຳມະການ
​ກົມ​ການເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,ຮອງ​ນາຍົກລັດຖະມົນຕີ​ຈີນ ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ ແລະ ໄດ້​ມອບ​ລາງວັນ​ໃຫ້​ແກ່ຕົວ​ເມືອງ​ທີ່​ໄດ້​ຮັບ
​ລາງວັນ
ພ້ອມ​ທັງ​ກ່າວ​ຄຳ​ປາ​ໄສ. ກ່ອນ​ຈັດ​ພິທີ​ໄຂ, ທ່ານ ເຫີ​ລີ້​ເຟີ່ງ ໄດ້​ພົບ​ປະ​ກັບ​ທ່ານ ນາງ ເອ​ນາ​ຄຼາວ​ເດຍ ມາ​ຣີນ​ເຮ​ໂຣ ເຊັນ​ເຕ​ໂນ ໂຣ​​ສ​ບາ​​ຣ
ຫົວໜ້າ​ອົງການ​ຕັ້ງ​ຖິ່ນ​ຖານ​ມະນຸດ​ຂອງອົງການ ສະຫະ​ປະຊາ​ຊາດ. ທ່ານ ເຫີ​ລີ້​ເຟີ່ງ ກ່າວ​ວ່າ: ຈີນ​ຍິນ​ດີ​ຮ່ວມ​ມື​ກັບ ອົງການ​ຕັ້ງ​ຖິ່ນ​ຖານ​ມະນຸດ
​ສປຊ ເພື່ອ​ຊຸກຍູ້​ການ​ປະສານ​ງານ​ດ້ານ​ຍຸດ​ທະ​ສາດ, ຈັດ​ຕັ້ງ​ປະຕິບັດ​ຕາມ​ທັດສະນະ​ການ​ບໍລິຫານ​ທົ່ວ​ໂລກ​ທີ່​ມີ​ການ​ປຶກສາ​ຫາລື​ຮ່ວມ​ກັນ
ການ​
ສ້າງສາ​ຮ່ວມ​ກັນ ແລະ ການຊົມໃຊ້​ຮ່ວມ​ກັນ, ຊ່ວຍເຫຼືອ​ໃຫ້​ບັນດາ​ປະເທດ​ເຂດ​ໂລກ​ໃຕ້​ບັນລຸ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ຕົວ​ເມືອງ.ທ່ານ ​
ນາງ ໂຣ​​ສ​ບາ​​ຣ ກ່າວ​ວ່າ: ອົງການ​ຕັ້ງ​ຖິ່ນ​ຖານ​ມະນຸດ ​ສປຊ ຍິນ​ດີ​ສືບຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ​ກັບ​ຈີນ, ຮ່ວມ​ກັນ​ປະກອບສ່ວນ​ເຂົ້າ​ໃນ​ການ
​ ຊຸກຍູ້​ການ​ປັບປຸງ​ສິ່ງແວດລ້ອມ ບ່ອນຢູ່​ອາໄສ​ຂອງ​ມະນຸດ​ທົ່ວ​ໂລກ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ.

ແຫຼ່ງທີ່ມາ: ຂກທ
ວັນທີ 03/11/2026