ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາ​ຊຽນ ປຶກສາ​ຫາລື​ຄວາມ​ໝັ້ນຄົງ ດ້ານ​ພະລັງງານ-ສະບຽງ​ອາຫານ

     ​ວິທະຍຸ-ໂທລະພາບສູນ​ກາງ​ຈີນ, ກອງ​ປະຊຸມສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 48 ​ຈັດຂຶ້ນຢູ່​ແຂວງ​ເຊ​ບູ ຂອງ​ຟີ​ລິບ​ປິນ​ໃນ​ລະຫວ່າງ ວັນ​
ທີ 7-8 ພຶດສະພາ ຜ່ານ​ມາ, ໄດ້​ສຸມ​ໃສ່​ການ​ປຶກສາ​ຫາລື ບັນຫາ​ສຳຄັນ​ຕ່າງໆ​ເຊັ່ນ: ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ, ຄວາມ​ໝັ້ນຄົງ​ດ້ານ​
ສະບຽງ​ອາຫານ, ຄວາມ​ປອດ​ໄພຂອງ​ປະຊາຊົນ​ອາ​ຊຽນ ຢູ່​ແຫ່ງ​ຕ່າງໆໃນ​ໂລກ, ການ​ຮ່ວມ​ມືດ້ານ​ເສດຖະກິດ ແລະ ຫົວຂໍ້​ສຳຄັນອື່ນໆ.

     ທ່ານ ເຟີ​ດີ​ນານ ມາ​ຄອດ​ຈູ​ເນຍ ປະທານາທິບໍດີ ຟີ​ລິບ​ປິນ ເຊິ່ງ​ເປັນ​ປະເທດ ປະທານ ໝູນວຽນ ອາ​ຊຽນ ກ່າວ​ວ່າ: ສະຖານະ​
ການ ໃນ​ຕາເວັນ​ອອກ​ກາງ ນັບ​ມື້​ນັບ​ປັ່ນ​ປ່ວນ ວຸ້ນວາຍ​ກວ່າ​ເກົ່າ ເຊິ່ງ​ສົ່ງ​ຜົນ​ກະທົບ​ຕໍ່​ປະເທດສະມາຊິກ ອາ​ຊຽນ ແລະ ເປັນ​ໄພ​ຂົ່ມ
ຂູ່​ຕໍ່​ການ​ດຳລົງ​ຊີວິດ, ການ​ທຳ​ມາ​ຫາ​ກິນ ແລະ ຊີວິດ​ຂອງ​ຄົນ, ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້ໄດ້​ຈັດ​ຂຶ້ນ​ໃນ​ໄລຍະ​ເວລາທີ່​ເຕັມ​ໄປ​ດ້ວຍ​ສິ່ງ​
ທ້າ​ທາຍ. ໃນ​ໄລຍະ​ຈັດ​ກອງ​ປະຊຸມ​ສຸດ ​ຍອດຄັ້ງ​ນີ້, ຜູ້ນຳ​ປະເທດສະມາຊິກ ອາ​ຊຽນ ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມໄດ້​ປຶກສາ​ຫາລືໃນ​ຫົວ
ຂໍ້​ຕ່າງໆເຊັ່ນ: ການ​ຮ່ວມ​ມືທາງ​ທະເລ, ການ​ຮັບ​ມື ກັບໄພ​ທຳ​ມະ​ຊາດ, ສະໜັບສະໜູນ ຕີ​ມໍ​ເລ​​ັສ​ເຕ ເຊື່ອມ​ໂຍງ​ເຂົ້າ​ໃນ​ອາ​ຊຽນ
ຢ່າງຮອບດ້ານ ແລະ ຫົວຂໍ້ອື່ນໆ ພ້ອມ​ນີ້ ຍັງ​ໄດ້​ຮັບຮອງ​ ເອົາເອກະສານ​ທີ່ກ່ຽວຂ້ອງຕື່ມອີກ.

ແຫຼ່ງທີ່ມາ: ຂກທ
ວັນທີ 12/05/2026