ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ເລືອກ​ຕັ້ງ​ກາງ​ສະໄໝ​ໃນ​ສະຫະລັດ ພັກ​ລັດຖະບານ ເສຍ​ໄຊ
​ໃຫ້​ຝ່າຍ​ຄ້ານ​ຢ່າງ​ໜັກ

​

     ການ​ເລືອກ​ຕັ້ງ​ກາງ​ເທີມ (ກາງ​ສະໄໝ) ທົ່ວ​ປະເທດ ໃນ​ວັນ​ທີ 3 ພະຈິກ (ວັນ​ທີ 4 ໃນ​ອາຊີ), ເຊິ່ງ​ບໍ່​ໄດ້​ເລືອກ​ຕັ້ງ​ປະທານາທິບໍດີ​ໂດຍ​ກົງ
ແຕ່​ເລືອກ​ເອົາ​ທີ່​ນັ່ງ​ໃນ​ສະພາ​ຕ່ຳ (House of Representatives) ມີ​ທັງ​ໝົດ 435 ບ່ອນ​ນັ່ງ ແລະ ສະພາ​ສູງ (Senate) ມີ​ທັງ​ໝົດ 100
ບ່ອນ​ນັ່ງ, ແລະ ມີ 2 ພັກ​ແຂ່ງຂັນ​ກັນ ຄື: ພັກ​ຣີ​ພັບ​ບຼິ​ກັນ (ຝ່າຍ ລັດຖະບານ​ທຣຳ) ແລະ ພັກ​ເດ​ໂມ​ແຄຣັດ (ຝ່າຍ​ຄ້ານ). ຜ່ານ​ການ​ລົງ​ຄະແນນ
ນັບ​ມາ​ຮອດ​ຕອນ​ເຊົ້າ​ວັນ​ທີ 5 ພະຈິກ, ການ​ນັບ​ຄະແນນ​ສຳເລັດ​ໄປ​ແລ້ວ ປະມານ 98% ຜົນ​ປະກົດ​ວ່າ: ພັກ​ຝ່າຍ​ຄ້ານ ຊະນະ ແລະ ເພີ່ມ​ບ່ອນ
​ນັ່ງ​ຈົນ​ໄດ້​ສຽງ​ສ່ວນ​ຫຼາຍ ​ຄວບ​ຄຸມ​ສະພາ​ສູງ ໄດ້​ເກີນ 52-54 ບ່ອນ​ນັ່ງ (ຖື​ວ່າ ຊະນະ​ໄດ້​ສຽງ​ສ່ວນ​ຫຼາຍ). ດ້ານ ພັກ​ຝ່າຍ​ທຣຳ ເສຍ​ບ່ອນ​ນັ່ງ​ສຳ
ຄັນ​ໃນ​ຫຼາຍ​ລັດ ເຊັ່ນ: Texas, Iowa, Kansas, North Carolina ແລະ Ohio ໄດ້​ພຽງ 44 ທີ່​ນັ່ງ (ຍັງ​ມີ 2 ບ່ອນ​ນັ່ງ ທີ່ຢູ່​ລະຫວ່າງ
​ການ​ນັບ​ຄະແນນ ແຕ່​ບໍ່​ມີ​ຜົນ​ຕໍ່​ການ​ປ່ຽນ​ຂົ້ວ​ອຳນາດ​ແລ້ວ). ສຳລັບ ສະພາ​ຕ່ຳ ພັກ​ຝ່າຍ​ຄ້ານ ໄດ້​ໄປ​ແລ້ວ 233 ຫາ 237 ບ່ອນ​ນັ່ງ (ຊະນະ​ຂາດ
ເກີນ 218 ທີ່​ນັ່ງ) ຖື​ວ່າ​ຍາດ​ໄດ້​ສຽງ​ສ່ວນ​ຫຼາຍ​ໃນ​ສະພາ​ຕ່ຳ​ຄືນ​ມາ​ຢ່າງ​ສົມບູນ. ດ້ານ ພັກ​ຝ່າຍທຣຳ ໄດ້​ໄປ​ພຽງ 138 ຫາ 147 ທີ່​ນັ່ງ​ເທົ່າ​ນັ້ນ,
ເຖິງ​ແມ່ນ​ວ່າ ຍັງ​ມີ​ບາງ​ເຂດ​ທີ່​ນັບ​ຄະແນນ​ຊ້າ ເຊັ່ນ ໃນ​ລັດ​ກາ​ລິ​ຟໍ​ເນຍ, ແຕ່​ພັກ​ເດ​ໂມ​ແຄຣັດ ຊະນະ​ຄອງ​ທັງ ສະພາ​ສູງ ແລະ ສະພາ​ຕ່ຳ ໄດ້​ຢ່າງ​
ສົມບູນ​ແລ້ວ. ການ​ທີ່​ພັກ​ລັດຖະບານ​ຂອງ​ທຣຳ ຜ່າຍ​ແພ້ ຄັ້ງ​ນີ້ ສຳນັກ​ຂ່າວ​ຕ່າງປະເທດ​ຫຼາຍ​ແຫຼ່ງ​ຍົກ​ອອກ​ວ່າ: ຍ້ອນ​ບັນຫາ​ເງິນ​ເຟີ້ ແລະ ຄ່າ​
ຄອງ​ຊີບ:ປະຊາຊົນ​ເກືອບ 80% ທີ່​ມາ​ເລືອກ​ຕັ້ງ​ລະບຸ​ວ່າ ພວກ​ເຂົາເຈົ້າ​ຍັງ​ປະ​ເຊີນ​ກັບ​ຄວາມ​ລຳບາກ​ທາງ​ເສດຖະກິດ ແລະ ບັນຫາ​ເງິນ​ເຟີ້ ໃນ​
ໄລຍະ 2 ປີ​ທີ່ ທຣຳ ບໍລິຫານ​ປະເທດ. ຄວາມ​ບໍ່​ພໍໃຈ​ຕໍ່​ຕົວ​ທ່ານ ທຣຳ: ຜູ້​ເລືອກ​ຕັ້ງ​ປະມານ 60% ຮູ້ສຶກ​ວ່າ ທຣຳ ໃຫ້​ຄວາມ​ສຳຄັນ​ກັບ​ຜົນ​
ປະໂຫຍດ​ສ່ວນ​ຕົວ ຫຼື ຫຼີ້ນ​ການເມືອງ ຫຼາຍ​ກວ່າ​ຜົນ​ປະໂຫຍດ​ຂອງ​ປະເທດ. ແຕ່​ພັກ​ຝ່າຍ​ຄ້ານ ເນັ້ນ​ໃສ່​ບັນຫາ​ປາກ​ທ້ອງ, ຄ່າ​ໃຊ້​ຈ່າຍ​ໃນ​ການ​
ດຳລົງ​ຊີວິດແລະ ຄວາມ​ໝັ້ນຄົງ​ທາງ​ສັງຄົມ ເຊິ່ງ​ເຂົ້າ​ເຖິງ​ປະຊາຊົນ​ໃນ​ລັດ​ແດງ (ລັດ​ທີ່​ເຄີຍ​ສະໜັບ ສະໜູນ ທຣຳ) ໄດ້​ດີ. ການ​ທີ່​ຝ່າຍ​ຄ້ານ
(ເດ​ໂມ​ແຄຣັດ) ໄດ້​ຄອງ​ສຽງ​ສ່ວນ​ຫຼາຍ​ທັງ 2 ສະພາ ຈະ​ສົ່ງ​ຜົນ​ກະທົບ​ຢ່າງ​ໜັກ​ຕໍ່​ການ​ບໍລິຫານ​ງານ​ຂອງ ທຣຳ ໃນ​ອີກ 2 ປີ​ທີ່​ຍັງ​ເຫຼືອ​ຢ່າງ​
ຫຼວງຫຼາຍ.

ແຫຼ່ງທີ່ມາ: ຂກທ
ວັນທີ 06/11/2026