ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ ແລະ ອູ​ແກຣນ ກຳນົດ​ວັນ​ສິ້ນ​ສຸດ​ການ​ຢຸດ​ຍິງ

​
ທ່ານ ນາງ Yana Lantratova ຂ້າ​ຫຼວງ​ໃຫຍ່​ສິດທິ​ມະນຸດ​ຂອງ ຣັດ​ເຊຍ

     ຂໍ້​ຕົກລົງ​ຢຸດ​ຍິງ​ລະຫວ່າງ ຣັດ​ເຊຍ ແລະ ອູ​ແກຣນ ທີ່​ເທດ ສະບານເມືອງ ໂອ​ເລ​​ສ​ກີ (Oleshky), ແຂວງ ເກີ​ຊອນ (Kherson) ​ດິນແດນ
ອູ​ແກຣນທີ່ຖຶກຣັດເຊຍຄວບຄຸມ, ຈະ​ມີ​ກຳນົດ​ຮອດ​ເວລາ 22 ໂມງ 59 ນາທີ ຂອງ​ວັນ​ທີ 1 ພະຈິກ (ຕາມ​ເວລາ​ທ້ອງຖິ່ນ). ຂໍ້​ມູນ​ດັ່ງກ່າວ,ໄດ້​ເປີດ
ເຜີຍ​ໂດຍ ທ່ານ ນາງ Yana Lantratova ຂ້າ​ຫຼວງ​ໃຫຍ່​ສິດທິ​ມະ ນຸດ​ຂອງ ຣັດ​ເຊຍ ປະກາດ​ອອກ​ມາ ແລະ ທ່ານ David Arakhamia ຫົວ
ໜ້າ​ກຸ່ມ​ພັກ “ຮັບ​ໃຊ້​ຂອງ​ປະຊາຊົນ” ກຳ​ອຳນາດ​ໃນ​ສະພາ​ແຫ່ງ​ຊາດ ອູ​ແກຣນ, ກໍ​ໄດ້​ຢືນຢັນ​ຂໍ້​ມູນ​ນີ້.ທ່ານ ນາງ Yana Lantratova ແຈ້ງວ່າ: ເມື່ອ
​ຮອດ​ເວລາ 17 ໂມງ 30 ນາທີ ຂອງ​ວັນ​ທີ 27 ຕຸລາ (ຕາມ​ເວລາ​ທ້ອງ ຖິ່ນ), ແມ່ນ​ບໍ່ເກີດ​ການ​ລະເມີດ​ຂໍ້​ຕົກລົງ​ຢຸດ​ຍິງ ຈາກ​ທັງ​ສອງ​ຝ່າຍ. ໃນ​ຂະນະ
​ນັ້ນ,ທ່ານ David Arakhamia ໃຫ້​ຮູ້​ວ່າ, ຄຳ​ສັ່ງ​ຢຸດ​ຍິງ​ທີ່​ໃຫຍ່​ທີ່​ສຸດ​ໄດ້​ຖືກ​ຈັດ​ວາງ​ຢູ່​ໃນ​ແນວ​ໜ້າ​ຍາວ​ທີ່​ສຸດ​ຢູ່​ທາງ​ພາກ​ໃຕ້ ອູ​ແກຣນ ແລະ ທ່ານ
ຕີ​ລາຄາ​ວ່າ, ນີ້​ແມ່ນ​ການ​ຫຼຸດ​ຄວາມ​ເຄັ່ງ​ຕຶງ​ຄັ້ງ​ໃຫຍ່​ທີ່​ສຸດ​ນັບ​ຕັ້ງແຕ່​ປີ 2022. ກ່ອນ​ໜ້າ​ນັ້ນ, ວັນ​ທີ 23 ຕຸລາ, ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລນ​ສະ​ກີ ປະທາ
ນາທິບໍດີອູ​ແກຣນ ໄດ້​ຢັ້ງຢືນ​ວ່າ: ບັນດາ​ນັກ​ເຈລະຈາ​ສັນຕິພາບ​​ຈາກ ອູ​ແກຼນ, ຣັດ​ເຊຍ ແລະ ອາ​ເມ​ຣິ​ກາ ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຈັດ​ກອງ​ປະຊຸມ​ດ້ານ​
ເຕັກນິກ​ໃນ​ຕົ້ນ​ເດືອນ​ພະຈິກ ນີ້ຢູ່ ນະຄອນຫຼວງ​ອາ​ບູ ດາບີ ສະຫະລັດ ອາ​ຣັບ ເອ​ມີ​ເຣດ (UAE), ພ້ອມ​ທັງ​ສະແດງ​ຄວາມ​ຫວັງ​ວ່າ, ຫຼັງ​ຈາກ​ນັ້ນຈະ​ດຳ
ເນີນ​ການ​ພົບ​ປະ​ລະຫວ່າງ ຜູ້ນຳ​ສາມ​ປະເທດ ຄື: ຣັດ​ເຊຍ, ອາ​ເມ​ຣິ​ກາ ແລະ ຜູ້ນຳ​ອູ​ແກຣນ.ໃນ​ວັນ​ດຽວ​ກັນ, ທ່ານ​ໂຄສົກ​ປະຈຳ​ທຳ​ນຽບ​ເຄຣມ ລິນ
ຣັດ​ເຊຍ ກໍ​ໄດ້​ແຈ້ງວ່າ: ການ​ເຈລະຈາ​ສາມ​ຝ່າຍ ລະຫວ່າງ ຣັດ​ເຊຍ, ອູ​ແກຣນ ແລະ ອາ​ເມ​ຣິ​ກາ ຈະ​ເຊື່ອມ​ຕໍ່​ຄືນໃໝ່​ຢູ່ ອາ​ບູ ດາ​ບີ ໃນ​ຕົ້ນ​ເດືອນພະຈິກ
ນີ້. ໃນນັ້ນ, ການ​ເຈລະຈາຈະ​ສຸມ​ໃສ່​ບັນຫາ​ຄວາມ​ໝັ້ນຄົງ​ໃຫ້​ແກ່​ທັງ ຣັດ​ເຊຍ ແລະ ອູ​ແກຼນ. ທ່ານ​ ໂຄສົກ ຢັ້ງຢືນ​ວ່າ: ມາດ​ຕະການ​ຢ່າງຮອບດ້ານ​ໃຫ້​
ແກ່​ວິ​ກິດ​ການ ອູ​ແກຼນ ຈະ​ບໍ່​ສາມາດ​ບັນລຸ​ໄດ້ ຖ້າ​ບໍ່​ມີ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ຄວາມ​ໝັ້ນຄົງ​ຂອງ​ສອງປະເທດ ຣັດ​ເຊຍ ແລະ ອູ​ແກຣນ.

ແຫຼ່ງທີ່ມາ: ຂກທ
ວັນທີ 03/11/2026